04-03-2025, 12:31 66
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ກະຊວງ ຮສສ ຈັດກອງປະຊຸມຄົບຄະນະເປີດກ້ວາງ ຄັ້ງທີ 5 ສະໄໝທີ VI ຂອງອົງຄະນະພັກກະຊວງ .
04-03-2025, 11:21 33
ກະຊວງ ຮສສ ຈັດກອງປະຊຸມຄົບຄະນະເປີດກ້ວາງ ຄັ້ງທີ 5 ສະໄໝທີ VI ຂອງອົງຄະນະພັກກະຊວງ .
...........................................

ເພື່ອເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງຮສສ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະເປີດກ້ວາງຄັ້ງທີ 4 ສະໄໝ VI ຂອງອົງຄະນະພັກກະຊວງແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2024, ກະຊວງ ຮສສ. ໄດ້ຈັດກອງປະຊຸມຄົບຄະນະເປີດກ້ວາງ ຄັ້ງທີ 5 ສະໄໝທີ VI ຂອງອົງຄະນະພັກກະຊວງ ຮສສ ປີ 2024. ໃນລະຫວ່າງ ວັນທີ 16-17 ມັງກອນ2025ທີ່ກະຊວງຮສສ. ພາຍໃຕ້ການເປັນປະທານຂອງ ສະຫາຍ ນ ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ);ໂດຍມີບັນດາສະຫາຍຄະນະປະຈໍາພັກ ແລະ ບັນດາສະຫາຍກໍາມະການຄະນະບໍລິຫານງານພັກກະຊວງ;ບັນດາສະຫາຍຄະນະໜ່ວຍພັກ,ສະຫາຍສະມາຊິກພັກພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ເຂົ້າຮວ່ມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວຍັງໄດ້ພ້ອມກັນ ທົບທວນຄືນຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແລະ ວຽກຈຸດສູມ ຂອງອົງຄະນະພັກກະຊວງ ພ້ອມກັບການຕິລາຄາດ້ານດີ, ດ້ານຕັ້ງໜ້າ, ສີ່ງທ້າທາຍ ແລະ ບາງບົດຮຽນທີ່ຖອດຖອນ ໃນໄລຍະ 01 ປີຜ່ານມາ, ພ້ອມນີ້ຍັງໄດ້ເບີ່ງຄືນບັນດາແຜນການ, ຄາດໝາຍສູ້ຊົນໃນ 01 ປີຕໍ່ໜ້າ ເຊິ່ງເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີຄັ້ງທີ Vເພື່ອກ້າວສູ່ການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາສໍາເລັດຕາມຄາດໝາຍ. ກອງປະຊຸມ ສະຫານ ລີປາວຢ່າງຄະນະປະຈຳພັກກະຊວງ ຍັງໄດ້ຂື້ນຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາຂອງອົງຄະນະພັກກະຊວງຮສສ ປະຈຳປີ2024 ແລະ ທິດທາງແຜນການຈຸດສູມປີ 2025; ສັງລວມ ການຈັດຕັ້ງປະຕິບັດມະຕິ 11 ຂອງພັກ ແລະ ມະຕິ 6 ຂອງຄະນະພັກ; ຜ່ານຮ່າງບົດສໍາຫຼວດການໍາພາລວມຂອງຄະນະພັກ ປະຈໍາປີ 2024; ພ້ອມນີ້ບັນດາສະຫາຍທີ່ເຂົ້່ຮວ່ມຍັງໄດ້ປະກອບຄໍາເຫັນຕໍ່ຮ່າງບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາຂອງອົງຄະນະພັກກະຊວງຮສສປະຈຳປີ2024ແລະທິດທາງແຜນການຈຸດສູມປີ2025 ແລະບົດສໍາຫຼວດການນໍາພາລວມ ນຳອີກ.
ກອງປະຊຸມຄັ້ງນີ້, ສະຫາຍ ນ ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງ ຮສສ ຍັງໄດ້ມີຄຳເຫັນກ່າວເປີດວ່າ: ຕໍ່ກັບສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ມີການຜັນແປຢ່າງສະລັບຊັບຊ້ອນ,ຊຶ່ງພວກເຮົາ ກໍ່ຄາດຄະເນໄດ້ຍາກ ວ່າໃນຕໍ່ໜ້າຈະເກີດຫັຍງຂື້ນ, ສໍາລັບພາຍໃນປະເທດ ຂອງພວກເຮົາປະຈຸບັນນີ້ ທີ່ພວມປະເຊີນກັບວິກິດການທາງດ້ານເສດຖະກິດ-ການເງິນ ທີ່ໄດ້ຮັບຜົນກະທົບໜັກສົມຄວນໃນຫລາຍດາ້ນ, ທີ່ຕິດພັນກັບບັນຫາທ້າທາຍດັ່ງກ່າວ ກໍ່ເຮັດໃຫ້ພະນັກງານ-ສະມາຊິກພັກ ຂອງພວກເຮົາພົບກັບຄວາມຫຍຸ້ງຍາກຕໍ່ການດໍາລົງຊີວິດ,ເຖິງແນວໃດກໍ່ຕາມ ຕະຫຼອດໄລຍະ 1 ປີຜ່ານມາ ພວກເຮົາກໍ່ໄດ້ສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເວົ້າລວມ. ເວົ້າສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຫຼາຍດ້ານ ທີ່ເປັນໜ້າພໍໃຈ, ຫຼາຍຕົວເລກໃນແຜນວຽກຈຸດສຸມ ແລະ ຕົວເລກຄາດໝາຍສູ້ຊົນ ມີຜົນສໍາເລັດຕາມແຜນການ, ຄາດໝາຍທີ່ໄດ້ກຳນົດໄວ້.
ພ້ອມນີ້ ສະຫາຍນເລຂາຄະນະພັກກະຊວງ ຮສສ ຍັງໄດ້ເນັ້ນໃຫ້ຄະນະບໍລິຫານງານພັກກະຊວງ ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນດາໜ້າວຽກຢ່າງເປັນຈຸດສຸມ ເພີ່ມກຳລັງແຮງໃນການປະຕິບັດບັນດາຄາດໝາຍ ໃຫ້ບັນລຸຕາມແຜນການທີ່ໄດ້ກຳນົດໄວ້ຢ່າງຕັ້ງໜ້າ ບັນຫາສຳຄັນແມ່ນການປະຕິບັດຕາມ 2 ວາລະແຫ່ງຊາດ ກໍຄືການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ການແກ້ໄຂ້ບັນຫາຢາເສບຕິດ ທີ່ຍັງກົດໜວ່ງທວ່ງດຶງການພັດທະນາຂອງປະເທດຊາດ, ຊຶ່ງມັນເປັນຄວາມຮັບຜິດຊອບທົ່ວປວງຊົນ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງ ແລະ ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງນີ້ ກໍເພື່ອສ້າງເງື່ອນໄຂໃໝ່ ເຮັດໃຫ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວສານອື່ນໆ
- ທົດລອງ1 (01-10-2024, 14:20)
- ສ.ເກົາຫຼີ ມີຄວາມຕ້ອງແຮງງານລາວ ໃນແຕ່ລະປີຫຼາຍກວ່າ 1.500 ຄົນ (ທົດລອງ) (01-10-2024, 15:22)
- ຮອງລັດຖະມົນຕີ ກະຊວງ ຮສສ ລົງຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (02-10-2024, 07:01)
- ແຈ້ງການ ຂື້ນເງີນເດືອນທົ່ວປະເທດ 2.500.000 ກີບ ຕໍ່ຄົນ/ເດືອນ (03-10-2024, 09:13)
- ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ (09-10-2024, 14:01)
- ພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປີ່ນອ້ອມ (10-10-2024, 09:07)
- ປະທານປະເທດ ກ່າວສູນທອນພົດເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມ (10-10-2024, 09:20)
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນປີ 2024. (17-10-2024, 11:03)
- ຮສສ ເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳ ທີ່ຕິດພັນກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. (17-10-2024, 11:12)
- ກອງປະຊຸມ ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນສະໄໝພິເສດ ແລະ ເວທີສໍາມະນາກ່ຽວ ກັບຄອບຄົວໃນອາຊີ (14-11-2024, 10:23)
- ກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການ ບໍລິການຈ້າງງານ ແລະ ແຮງງານ ຂອງ ສ.ເກົາຫຼີ ຈັດຝຶກອົບຮົມເພື່ອສ້າງຂີດຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ກວດກາ ແຮງງານ ແລະ ອົງການ 3 ຝ່າຍ (14-11-2024, 10:27)
- ພັນລະຍາ ການນໍາຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມສູນພັດທະນາແມ່ຍິງພິການລາວ (14-11-2024, 10:30)
- ມອບ-ຮັບ ເຂົ້າສານ 900 ກວ່າໂຕນ ຕອບໂຕ້ໄພພິບັດຢູ່ລາວ. (14-11-2024, 10:32)
- ສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນຄັ້ງທີ 17. ..................... (14-11-2024, 10:36)
- ກົມການຈັດຫາງານ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດວຽກງານ ຂອງຈຸດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດ (30-12-2024, 10:27)