ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນປີ 2024.

17-10-2024, 11:03 32

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນປີ 2024.
 
https://scontent.fvte2-2.fna.fbcdn.net/v/t39.30808-6/463312586_512348388226231_5386852657567791074_n.jpg?stp=dst-jpg_p526x395&_nc_cat=104&ccb=1-7&_nc_sid=833d8c&_nc_eui2=AeExhueljyc95xXZ4gD9xaTGLFvHOIPSLTksW8c4g9ItOZecSJwucQ9g_-wem0e8DMQx46cm1ZzWBv3QjGahxs8K&_nc_ohc=6jP0KNjmqf0Q7kNvgH3OR-n&_nc_zt=23&_nc_ht=scontent.fvte2-2.fna&_nc_gid=AiOe5aYvmKF55ICQI-t38HE&oh=00_AYA7OLZiGqwIzKVjFpwtB6kKkkm-mPdWFPC2puJenswG1g&oe=6716675D
 
 
ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-17 ຕຸລາ 2024 ທີ່ ເມືອງ ມານິລາ, ປະເທດ ຟິລິປິນ, ເປັນເວທີລະດັບສູງດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນຂົງເຂດອາຊີ-ປາຊີຟິກ ແລະ ຈັດຂຶ້ນທຸກໆ 2 ປີ. ສໍາລັບ ປີ 2024 ໂດຍເປັນພາບ ຂອງ ລັດຖະບານ ປະເທດ ຟິລິປິນ ຮ່ວມກັບ ອົງການ ສປຊ ເພື່ອການຫຼຸດຜ່ອນຄວາມສ່ຽງໄພພິບັດ (UNDRR) ພາຍໃຕ້ຫົວຂໍ້ “ ມຸ່ງເປົ້າໝາຍຮອດ 2030: ເພີ່ມທະວີເລັ່ງລັດການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ຢູ່ ອາຊີ-ປາຊີຟິກ ”, ໂດຍມີຈຸດປະສົງເພື່ອໃຫ້ຜູ້ແທນຂັ້ນສູງທີ່ຮັບຜິດຊອບວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ທັງພາກລັດ, ພາກເອກະຊົນ, ອົງການ ຈັດຕັ້ງສາກົນຕ່າງໆ ຈາກ 40 ປະເທດ ໃນຂົງເຂດອາຊີ-ປາຊີຟິກ ໄດ້ມາພົບປະປຶກສາຫາລື, ແບ່ງປັນບົດຮຽນທີ່ດີ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ສະເໜີຂໍ້ສະເໜີແນະ ທີ່ດີໆ ເພື່ອຍົກລະດັບການຈັດຕັ້ງປະຕິບັດກອບແຜນປະຕິບັດງານເຊັນໃດ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ 2030 ໃຫ້ມີຜົນສໍາເລັດ.
ຄະນະຜູ້ແທນຈາກ ສປປ ລາວ ນໍາ ໂດຍ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ສອນໄຊ ວັນນະໄຊ ເອກອັກຄະຣັດຖະທູດ ສປປ ລາວ ປະຈໍາ ກຸງ ມະນີລາ, ປະເທດ ຟິລິບປີ່ນ ພ້ອມຄະນະຕິດຕາມ.
ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກ ສປປ ລາວ ໄດ້ກ່າວມີຄໍາເຫັນ ໃນວາລະ ທີ່ບັນດາການນໍາຂັ້ນສູງຈາກປະເທດອາຊີ-ປາຊີຟິກ ຕໍ່ກອງປະຊຸມ, ຊື່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ, ຄວາມໝາຍໝັ້ນ ແລະ ສຸມທຸກຄວາມພະຍາຍາມໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ພາຍໃຕ້ ຂອບແຜນປະຕິບັດງານເຊັນໃດ ວ່າດ້ວຍ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໄລຍະ 2015-2030 ໂດຍໄດ້ເລັ່ງໃສ່ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ, ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ຜ່ານຍຸດທະສາດການຄຸ້ມຄອງຄວາມສ່ຽງໄພພິບັດ ໂດຍຖືເອົາຊຸມຊົນເປັນໃຈກາງ, ເຊື່ອມສານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ທ້ອງຖິ່ນ, ພະຍາຍາມຈັດສັນງົບປະມານການລົງທຶນເຂົ້າໃນການສ້າງຄວາມທົນທານຕໍ່ໄພພິບັດຂອງບັນດາໂຄງລ່າງພື້ນ ຖານ, ການຈັດຕັ້ງປະຕິບັດແຜນງານ ເຕືອນໄພລ່ວງໜ້າ ເພື່ອທຸກຄົນ ທີ່ສຸມໃສ່ສ້າງຄວາມຮັບຮູ້ ໃຫ້ເຫັນໄດ້ຄວາມສ່ຽງ ແລະ ຄວາມອັນຕະລາຍ ຈາກໄພພິບັດ, ການປັບປຸງໂຄງລ່າງ ກ່ຽວກັບ ການພະຍາກອນເຕືອນໄພ ແລະ ການສົ່ງຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ, ການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ ແລະ ຊຸມຊົນ ໃນການກຽມພ້ອມຕອບໂຕ້ສຸກເສີນຕໍ່ໄພ ພິບັດ ຜ່ານລະບົບເຕືອນໄພລ່ວງໜ້າເພື່ອທຸກຄົນ, ການຫຼຸດຜ່ອນຄວາມສ່ຽງໄພພິບັດຜ່ານລະບົບນະໂຍບາຍປົກປ້ອງສັງຄົມ ໂດຍສະເພາະກຸ່ມດ້ອຍໂອກາດ, ຜູ້ທຸກຍາກ, ຄົນພິການ, ຜູ້ອາຍຸສຸງ, ຊື່ງລ້ວນແຕ່ເປັນການປະກອບສ່ວນໃນການຈັດຕັ້ງປະຕິ ບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອງລັດຖະບານ ທັງສອດຄ່ອງກັບ ວາລະເປົ້າໝາຍການພັດທະນາແບບຍືນ ຮອດປີ 2023, ບັນດານະໂຍບາຍ, ຍຸດທະສາດ ແລະ ແຜນງານ ຂອງພາກພື້ນ ແລະ ສາ ກົນ ເພື່ອການຫຼຸດຜ່ອນຄວາມສ່ຽງໄພພິບັດ ແນໃສ່ເລັ່ງລັດຈັດຕັ້ງປະຕິບັດ ຂອບແຜນປະຕິບັດງານເຊັນໃດ ວ່າດ້ວຍການຫຼຸດ ຜ່ອນຄວາມສ່ຽງໄພພິບັດ ໄລຍະ 2015-2030. ພ້ອມນີ້, ຍັງໄດ້ເຂົ້າຮ່ວມ ສະເໜີບົດຮຽນ ໃນການປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຫລັງໄພພິບັດ ຢູ່ໃນຫລາຍ ກອງປະຊຸມຍ່ອຍປີ່ນອ້ອມ ດ້ວຍຄວາມເປັນເຈົ້າການ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເຂົ້າພົບປະ ສອງຝ່າຍ ກັບ ທ່ານ Kamal Kishore, ຜູ້ໜາງໜ້າພິເສດ ເລຂາທິການໃຫຍ່ ສປຊ ສໍາລັບ ການຫຼຸດຜ່ອນຄວາມສ່ຽງໄພພິບັດ, ຫົວໜ້າ ອົງການ ສປຊ ເພື່ອການຫຼຸດຜ່ອນຄວາມສ່ຽງໄພພິບັດ (UNDRR) ເພື່ອແລກປ່ຽນທັດສະນະກ່ຽວກັບການໃຫ້ຄວາມສໍາຄັນ ຂອງ ລັດຖະບານ ສປປ ລາວ ຕໍ່ກັບ ວຽກງານໄພພິບັດ ໂດຍໄດ້ກໍານົດ ເປັນໜຶ່ງໃນເປົ້າໝາຍບູລິມະສິດທີ່ສໍາຄັນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ພ້ອມທັງນໍາສະເໜີ ບັນດາແຜນງານ ແລະ ກິດຈະກໍາ ທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ທາງອົງການ ເພື່ອສືບຕໍ່ສະໜັບສະໜູນທາງດ້ານທຶນຮອນ ແລະ ເຕັກນິກວິຊາກ ເຂົ້າໃນວຽກງານນີ້ ໃຫ້ນັບມື້ເພີ່ມຂຶ້ນ ແລະ ມີຄວາມເຂັ້ມແຂງກວ່າເກົ່າ.

ຂ່າວສານອື່ນໆ