ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຮອງລັດຖະມົນຕີ ກະຊວງ ຮສສ ລົງຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ

02-10-2024, 07:01 111

https://tinyurl.com/e9bz8bjv
ໃນວັນທີ 17 ພຶດສະພາ ທີ່ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ກະຊວງ ຮສສ), ສະຖານທູດອົດສະຕຣາລີ ແລະ ອົງການຢູນິເຊັບ ໄດ້ລົງຢ້ຽມຢາມຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ(Mother and Early Childhood Grant), ຢູ່ເມືອງນອງ, ແຂວງສະຫວັນນະເຂດ ເຊີ່ງເປັນໂຄງການທົດລອງການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ທີ່ລັດຖະບານໄດ້ຮັບຮອງ ໃນປີ 2020 ຜ່ານມາ ດ້ວຍການຊ່ວຍເຫຼືອເງິນສົດໂດຍບໍ່ມີເງື່ອນໄຂ ແນໃສ່ການສົ່ງເສີມສຸຂະພາບທີ່ດີສຳລັບແມ່ຍິງ ແລະ ເດັກ ໃນ ເມືອງທີ່ທຸກຍາກ ໃນ ສປປ ລາວ.
ຄະນະຜູ້ແທນທີ່ໄດ້ລົງຢ້ຽມຢາມໃນຄັ້ງນີ້ ປະກອບມີ ທ່ານ ລີປາວ ຢ່າງ, ຮອງລັດຖະມົນຕີ ກະຊວງ ຮສສ, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ, ທ່ານ ນາງ ເຟລິຊິຕີ້ ວີເວີ້, ຫົວໜ້າແຜນງານສາກົນ ອົງການສະຫະປະຊາຊາດ ສຳລັບເດັກ ປະຈຳປະເທດອົດສະຕຣາລີ ແລະ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງ ເຊິ່ງຄະນະຜູ້ແທນດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມການເບີກຈ່າຍເງິນສົດ ແລະ ການບໍລິການກວດສຸຂະພາບ ໃຫ້ແມ່ມານ ຢູ່ ສຸກສາລາ ບ້ານຕັງອາໄລ ແລະ ບ້ານດົງນາສານ ພ້ອມທັງຮັບຟັງການລາຍງານສະພາບການບໍລິການວຽກສຸຂະພາບແມ່ ແລະ ເດັກ ທີ່ຕິດພັນກັບໂຄງການ ຈາກພະນັກງານແພດ ຢູ່ສຸກສາລາດັ່ງກ່າວ. ພ້ອມນັ້ນ ທາງຄະນະຜູ້ແທນຍັງໄດ້ພົບປະກັບກຸ່ມຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ກ່ຽວກັບວິທີການບໍລິຫານເງິນສົດທີ່ໄດ້ຮັບຊ່ວຍເຫລືອຄັ້ງນີ້ ໂດຍທີ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ກໍຈະນຳເງິນຊ່ວຍເຫລືອເຫລົ່ານີ້ ໄປນຳໃຊ້ຊື້ອາຫານທີ່ເປັນປະໂຫຍດ ເພື່ອບຳລຸງສຸຂະພາບແມ່ຍິງຖືພາ ແລະ ເດັກເກີດໃໝ່ ໃຫ້ຖືຕາມຫລັກໂພສະນາການຂອງຂະແໜງສາທາລະນະສຸກກຳນົດໄວ້.
https://tinyurl.com/3xe2tczb
ໂອກາດລົງຢ້ຽມຢາມໃນຄັ້ງນີ້, ທ່ານ ລີປາວ ຢ່າງ ໄດ້ກ່າວວ່າ: ການປົກປ້ອງທາງສັງຄົມ ມີບົດບາດອັນສຳຄັນໃນການປະກອບສ່ວນຈັດຕັ້ງປະຕິບັດນະໂຍບາຍແກ້ຄວາມທຸກຍາກຂອງລັດຖະບານ, ສ້າງເງື່ອນໄຂອັນຈຳເປັນ ໃຫ້ແກ່ຄອບຄົວທຸກຍາກ ແລະ ຜູ້ດ້ອຍໂອກາດ ສາມາດປັບປຸງຄຸນນະພາບຊີວິດ ໃຫ້ຄ່ອຍດີຂຶ້ນເທື່ອລະກ້າວ ທັງເປັນການສົ່ງເສີມການປະຕິບັດບົດບາດຍິງ-ຊາຍ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງຕື່ມ. ການຈັດຕັ້ງປະຕິບັດຈ່າຍເງິນໃຫ້ກຸ່ມເປົ້າ ໝາຍ ນັ້ນແມ່ນ ໄດ້ຈ່າຍຜ່ານທາງອີເລັກໂທຣນິກ ດ້ວຍແອັບ U-money ທີ່ສະໜອງໂດຍ ບໍລິສັດ Star Fintech ໄປສູ່ຜູ້ໄດ້ຮັບຜົນປະໂຫຍດໂດຍກົງ.
ຜູ້ຕາງໜ້າຈາກສະຖານຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໃນນາມຜູ້ສະໜັບສະໜູນທາງດ້ານທຶນ ໄດ້ກ່າວວ່າ: ຮູ້ສຶກດີໃຈຫຼາຍ ທີ່ການສະໜັບສະໜູນຂອງພວກເຮົາ ໄດ້ປະກອບສ່ວນຕອບສະໜອງຄວາມຕ້ອງການຂອງແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ໃນ ສປປ ລາວ ເຊິ່ງໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ ແມ່ນໄດ້ເນັ້ນໃສ່ຊຸມຊົນເປັນຫຼັກ ແລະ ໃຫ້ຄວາມສຳຄັນແກ່ຜູ້ທີ່ເປັນແມ່ ໃນການໃຊ້ຈ່າຍເງິນຕໍ່ກັບສິ່ງທີ່ມີຄວາມຈຳເປັນທີ່ສຸດຕໍ່ສຸຂະພາບ ເເລະ ຊີວິດການເປັນຢູ່ທີ່ດີຂອງລູກພວກເຂົາ ທັງຍັງຈະຊ່ວຍສະໜັບສະໜູນເສດຖະກິດຄອບຄົວ ເເລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ໃນ ສປປ ລາວ ອີກດ້ວຍ.
ການຈັດຕັ້ງປະຕິບັດໂຄງການຮ່ວມກັນຂອງອົງການເຄືອຄ່າຍສະຫະປະຊາຊາດ ເເມ່ນນຳພາໂດຍ ກະຊວງ ຮສສ ດ້ວຍການຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ, ອຳນາດການປົກຄອງຂັ້ນແຂວງ ແລະ ບັນດາເມືອງເປົ້າໝາຍ ໂດຍທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນມັງກອນ ປີ 2020 ເປັນຕົ້ນມາ ຢູ່ທີ່ ເມືອງສະໜາມໄຊ ແລະ ເມືອງພູວົງ, ແຂວງ ອັດຕະປື ແລະ ເມືອງນອງ, ແຂວງສະຫວັນນະເຂດ.
(ຂ່າວສານຮສສ)

ຂ່າວສານອື່ນໆ