ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ຮສສ ເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳ ທີ່ຕິດພັນກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.

17-10-2024, 11:12 37

ເພື່ອເປັນການເຜີຍແຜ່ບັນດາເອກະສານສຳຄັນ, ລະບຽບກົດໝາຍໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ຄົ້ນຄວ້າເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າການ ປະກອບສ່ວນຢ່າຕັ້ງໜ້າໃນການຕ້ານການສໍ້ລາດບັງຫຼວງ,ແນໃສ່ປູກຈິດສຳນຶກໃຫ້ການຈັດຕັ້ງທຸກຂັ້ນ ມີຄວາມຮັບຮູ້-ເຂົ້າໃຈ, ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ມີສະຕິເຄົາລົບການຈັດຕັ້ງ, ມີລະບຽບວິໄນ ແລະ ນັບຖືລະບຽບກົດໝາຍ.
 
https://scontent.fvte2-3.fna.fbcdn.net/v/t39.30808-6/462677634_509318855195851_3464166624304247193_n.jpg?_nc_cat=107&ccb=1-7&_nc_sid=833d8c&_nc_eui2=AeGMOavcV4pooK_jTp0OSdQRU6Goc29iyIVToahzb2LIheRzICh_MM4ka6XFIiWGTdL7t7qsTPPfpXH4QYopTgY9&_nc_ohc=Maw17QC0n2YQ7kNvgFWcNL8&_nc_zt=23&_nc_ht=scontent.fvte2-3.fna&_nc_gid=AdECsvss31X1iqOn2H90iAc&oh=00_AYCi7RE706HeCqt4m33YIc0UTNR99soHe5oyGupCkn4rmw&oe=6716552E
 
ໃນວັນທີ 04 ຕຸລາ 2024 ຢູ່ທີ່ ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ. ກົມກວດກາກະຊວງຮສສ ໄດ້ຈັດ ກອງປະຊຸມ ເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳ ທີ່ຕິດພັນກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂຶ້ນ.
ໂດຍເປັນປະທານຂອງ ທ່ານ ນ. ໄກສອນ ອ້ວນຄຳປັນຍາ ຮອງປະທານກວດກາພັກກະຊວງ, ຮັກສາການ ຫົວໜ້າກົມກວດກາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາທ່ານ ຫົວໜ້າກົມ-ຮອງຫົວໜ້າກົມ, ຫ້ອງການກະຊວງ, ອົງການປະກັນສັງຄົມແຫ່ງຊາດ, ສະຖາບັນພັດທະນາສີມືແຮງງານ, ໂຄງການເກັບກູ້ລະເບີດແຫ່ງຊາດ, ພະແນກ ຮສສ ແຂວງ ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫ້ອງການ ຮສສ ເມືອງແກ້ວອຸດົມ ພ້ອມວິຊາການ ແລະ ວິທະຍາກອນ ທີ່ມາຈາກອົງການກວດກາແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການເຜີຍແຜ່ ບັນດາເນື້ອໃນເອກະສານທີ່ນຳມາເຜີຍແຜ່ປະກອບມີ: ດຳລັດ ວ່າດ້ວຍການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ສະບັບເລກທີ 01/ລບ, ລົງວັນທີ 06 ມັງກອນ 2015;ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ສະບັບເລກທີ 27/ສພຊ, ລົງວັນທີ 18 ທັນວາ 2012; ບົດແນະນໍາ ກ່ຽວກັບການດຳເນີນຄະດີສໍ້ລາດບັງຫຼວງ ສະບັບເລກທີ 27/ອກລ, ລົງວັນທີ 30 ມັງກອນ 2018 ແລະ ຍຸດທະສາດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄລຍະແຕ່ປີ 2023 – 2030, ພ້ອມນີ້ບັນດາຜູ້ເຂົ້າຮວ່ມ ຍັງໄດ້ຄົ້ນຄວ້າປະກອບຄຳຄິດ-ຄຳເຫັນແລກປ່ຽນບົດຮຽນເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ຢູ່ຂະແໜງ ຮສສ ໃນຂອບເຂດຂອງຕົນ. ເພື່ອສືບຕໍ່ເສີມຂະຫຍາຍດ້ານດີ ແລະ ປັບປຸງແກ້ໄຂດ້ານອ່ອນ-ຄົງຄ້າງ ເພື່ອສ້າງໃຫ້ວຽກງານສະກັດກັ້ນ - ຕ້ານການສໍ້ລາດບັງຫຼວງ ຢູ່ຂະແໜງ ຮສສ ມີຄວາມເຂັ້ມແຂງ. ທຸກບັນຫາທີ່ໄດ້ຍົກຂຶ້ນແລກປ່ຽນຄຳຄິດ-ຄຳເຫັນໃນກອງປະຊຸມຄັ້ງນີ້ ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນຄວາມເປັນເອກະພາບທາງດ້ານທັດສະນະ, ແນວຄິດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕໍ່ວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ຢູ່ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.
ທ່ານ ນ. ໄກສອນ ອ້ວນຄຳປັນຍາ ປະທານກອງປະຊຸມຍັງໄດ້ມີຄຳເຫັນກ່າວເປີດບາງຕອນສຳຕັນວ່າ:ຕະຫຼອດໄລຍະຜ່ານມາ, ພັກ-ລັດພວກເຮົາ ໄດ້ເອົາໃຈໃສ່ວາງນະໂຍບາຍ, ອອກມະຕິ, ຄຳສັ່ງ ວ່າດ້ວຍວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ອອກກົດໝາຍຕ້ານການສໍ້ລາດບັງຫຼວງ ສະບັບທຳອິດປີ 2005 ແລະ ສະບັບປັບປຸງປີ 2012; ໄດ້ອອກນິຕິກຳລຸ່ມກົດໝາຍຈຳນວນໜື່ງເຊັ່ນ: ຍຸດທະສາດຕ້ານການສໍ້ລາດບັງຫຼວງ; ດຳລັດວ່າດ້ວຍການແຈ້ງຊັບສິນ; ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ; ດຳລັດວ່າດ້ວຍການຕິດຕາມ-ກວດກາ ການລົງທຶນຂອງລັດເລີ່ມແຕ່ຫົວທີ ແລະ ນິຕິກຳອື່ນໆ ເພື່ອເປັນບ່ອນອີງໃນການສຶກສາອົບຮົມ ພະນັກງານ-ລັດຖະກອນ ທະຫານຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ຜົນຮ້າຍ ກໍ່ຄືໄພອັນຕະລາຍຂອງການສໍ້ລາດບັງຫຼວງ ທັງເປັນເຄື່ອງມືໃນການຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ໃນນັ້ນ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງໄດ້ກຳນົດ 12 ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ແລະ ກຳນົດ 14 ຂໍ້ຫ້າມສຳລັບພະນັກງານກໍ່ຄືເຈົ້າໜ້າທີ່ລັດ; ໂດຍເຫັນໄດ້ຄວາມສຳຄັນ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງນັ້ນ ເວລາໃດຄະນະພັກ, ຄະນະນຳແຕ່ລະຂັ້ນ ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄວາມພະຍາຍາມເອົາໃຈໃສ່ ແລະ ຖືເອົາວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ເປັນວຽກງານໜຶ່ງທີ່ສຳຄັນຕິດພັນກັບທຸກວຽກງານ ແລະ ມີຄວາມຈຳເປັນຕ້ອງເຮັດຢ່າງຕໍ່ເນື່ອງ. ຖືເປັນໜ້າທີ່ ແລະຄວາມຮັບຜິດຊອບໂດຍກົງຂອງທຸກຄົນ. ຄະນະພັກ, ຄະນະນຳແຕ່ລະຂັ້ນໄດ້ນຳພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ເຜີຍແຜ່ກົດໝາຍແລະນິຕິກຳຕ່າງໆ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ຕອນທ້າຍປະທານກອງປະຊຸມ, ຍັງໄດ້ຮຽກຮ້ອງໃຫ້ບັນໃຫ້ບັນທ່ານທີ່ເຂົ້າຮວ່ມກອງປະຊຸມຄັ້ງນີ້ ຂອງຂະແໜງຮສສ ຈົ່ງໄດ້ເພີ່ມທະວີເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ-ຄະນະນໍາກະຊວງ ຮສສ ໃນການ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ນັບມື້ດີຂຶ້ນ.

ຂ່າວສານອື່ນໆ