04-03-2025, 12:31 138
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ຄະນະກຳມະການແຮງງານແຫ່ງຊາດ ຮວ່ມກັນປຶກຫາລືການຊຸກຍູ້ສົ່ງເສີມ ແລະ ແກ້ໄຂບັນຫາແຮງງານ
04-03-2025, 12:20 152
ຄະນະກຳມະການແຮງງານແຫ່ງຊາດ ຮວ່ມກັນປຶກຫາລືການຊຸກຍູ້ສົ່ງເສີມ ແລະ ແກ້ໄຂບັນຫາແຮງງານ
.....................................

ກອງປະຊຸມຄະນະກໍາມະການແຮງງານແຫ່ງຊາດ ຄັ້ງທີ II ໄດ້ຈັດຂື້ນໃນວັນທີ 23 ມັງ 2025 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍມີ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວິໄລ ວົງກະເສີມ ຮອງປະທານສູນກາງສະຫະພັນກໍາມະບານລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດກິດຈະກຳຕາມບົດບັນທຶກກອງປະຊຸມຄະນະກຳມະການແຮງງານແຫ່ງຊາດ ຄັ້ງທີ I ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ; ພ້ອມນີ້, ບັນດາຜູ້ເຂົ້າຮວ່ມຍັງພ້ອມກັນໄດ້ປຶກສາຫາລືຄົ້ນຄົ້ວາ ສາມບັນຫາຫຼັກສຳຄັນດັ່ງນີ້: ການຈັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ແລະ ກະກຽມເຂົ້າຮ່ວມການແຂ່ງສີມືແຮງງານອາຊຽນ ຄັ້ງທີ 14; ການຄົ້ນຄວ້າ ປັບປຸງຄ່າແຮງງານຂັ້ນຕ່ຳສຸດ ສຳລັບ ຜູ້ອອກແຮງງານ ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັັນ; ປຶກສາຫາລືເພື່ອຮັບຮອງເອົາແຜນການຈັດຕັ້ງປະຕິບັດວຽກງານ ຂອງຄະນະກໍາມະການແຮງງານແຫ່ງຊາດ 5 ປີ 2026-2030.
ທ່ານ ນາງ ໃບຄຳ ຂັດທິຍະ ໃນນາມຕາງໜ້າລັດຖະບານ ໄດ້ກ່າວມີຄຳເຫັນວ່າ: ວຽກງານສາມຝ່າຍ ເປັນອົງການໄຕພາຄີ ໃນການຊຸກຍູ້ ສົ່ງເສີມ ແກ້ໄຂບັນຫາດ້ານແຮງງານ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ສະນອງແຮງງານເຂົ້າຕະຫຼາດແຮງງານ ໂດຍປະຕິບັດລະບຽບ ກົດໝາຍໃຫ້ຖືກຕ້ອງ ໄປຕາມແຕ່ລະໄລຍະຂອງການຂະຫຍາຍໂຕຂອງເສດຖະກິດ ໂດຍສະເພາະແມ່ນໃຫ້ໄດ້ຮັບການປົກປ້ອງທາງສັງຄົມເພື່ອສ້າງສາຍພົວພັນແຮງງານທີ່ດີ ໃນສະຖານທີ່ເຮັດວຽກ ແລະ ສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາໃນ ສປປ ລາວ ໃນສະພາບເສດຖະກິດປັດຈຸບັນ ທັງຜູ້ໃຊ້ແຮງງານ ຜູ້ອອກແຮງງານ ແລະ ລັດຖະບານ ລ້ວນແລ້ວແຕ່ມີຄວາມພະຍາຍາມ ຊອກຫາວິທີທາງແກ້ໄຂບັນຫາແຮງງານເຊິ່ງທັງສາມຝ່າຍແມ່ນເຫັນໄດ້ຄວາມສໍາຄັນຂອງບັນຫາການຂາດແຄນແຮງານ ແລະ ການປະລະການສຶກສາ ເຊິ່ງມັນຮຽກຮ້ອງໃຫ້ທຸກໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນຕ້ອງໄດ້ມີສ່ວນຮ່ວມ ໃນການຊອກຫາທາງອອກ ແລະ ແກ້ໄຂໃຫ້ໄດ້ໃນເວລາອັນຄວນ ໂດຍສະເພາະແມ່ນຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ແຮງງານແນ່ນອນແມ່ນຢາກໄດ້ແຮງງານທີ່ມີຄວາມຕັ້ງໃຈ ແລະ ພັດທະນາຕົນເອງ ສາມາດເຮັດວຽກຢ່າງມີປະສິດທິພາບ ເຂັ້ມແຂງສາມາດສ້າງວຽກເຮັດງານທຳ ມີຄຸນຄ່າ ແລະ ເປັນທຳເຊິ່ງເປັນປັດໃຈທີ່ສໍາຄັນຂອງການພັດທະນາປະເທດຊາດ.
ຕອນທ້າຍ ທ່ານລັດຖະມົນຕີກະຊວງ ຮສສ ຍັງຮຽກຮ້ອງໃຫ້ບັນດາ ຄະນະກຳມະການແຮງງານແຫ່ງຊາດ ແລະ ພາກສວ່ນທີ່ກຽ່ວຂ້ອງທີ່ເຂົ້າຮວ່ມກອງປະຊຸມຄັ້ງນີ້, ຈົ່ງພ້ອມກັນສຸມສະຕິບັນຍາ, ດວ້ຍຄວາມຮູ້ ແລະ ປະສົບການຂອງບັນດາທ່ານ ພ້ອມກັນປະກອບຄຳເຫັນ ຕໍ່ສາມບັນຫາສຳຄັນນີ້ຢ່າງເລິກເຊິ່ງ ແລະມີຜົນສຳເລັດ.
ຂ່າວສານອື່ນໆ
- ທົດລອງ1 (01-10-2024, 14:20)
- ສ.ເກົາຫຼີ ມີຄວາມຕ້ອງແຮງງານລາວ ໃນແຕ່ລະປີຫຼາຍກວ່າ 1.500 ຄົນ (ທົດລອງ) (01-10-2024, 15:22)
- ຮອງລັດຖະມົນຕີ ກະຊວງ ຮສສ ລົງຕິດຕາມໂຄງການໃຫ້ເງິນສົດອຸດໜູນແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (02-10-2024, 07:01)
- ແຈ້ງການ ຂື້ນເງີນເດືອນທົ່ວປະເທດ 2.500.000 ກີບ ຕໍ່ຄົນ/ເດືອນ (03-10-2024, 09:13)
- ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ (09-10-2024, 14:01)
- ພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປີ່ນອ້ອມ (10-10-2024, 09:07)
- ປະທານປະເທດ ກ່າວສູນທອນພົດເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມ (10-10-2024, 09:20)
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ອາຊີ-ປາຊີຟິກ ດ້ານວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນປີ 2024. (17-10-2024, 11:03)
- ຮສສ ເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳ ທີ່ຕິດພັນກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. (17-10-2024, 11:12)
- ກອງປະຊຸມ ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນສະໄໝພິເສດ ແລະ ເວທີສໍາມະນາກ່ຽວ ກັບຄອບຄົວໃນອາຊີ (14-11-2024, 10:23)
- ກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ອົງການ ບໍລິການຈ້າງງານ ແລະ ແຮງງານ ຂອງ ສ.ເກົາຫຼີ ຈັດຝຶກອົບຮົມເພື່ອສ້າງຂີດຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ກວດກາ ແຮງງານ ແລະ ອົງການ 3 ຝ່າຍ (14-11-2024, 10:27)
- ພັນລະຍາ ການນໍາຂັ້ນສູງ ສສ ຫວຽດນາມ ຢ້ຽມຢາມສູນພັດທະນາແມ່ຍິງພິການລາວ (14-11-2024, 10:30)
- ມອບ-ຮັບ ເຂົ້າສານ 900 ກວ່າໂຕນ ຕອບໂຕ້ໄພພິບັດຢູ່ລາວ. (14-11-2024, 10:32)
- ສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນຄັ້ງທີ 17. ..................... (14-11-2024, 10:36)
- ກົມການຈັດຫາງານ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດວຽກງານ ຂອງຈຸດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດ (30-12-2024, 10:27)