ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com

ສານ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ

23-10-2019, 15:41 332

ສານ ຂອງ ທ່ານ ປອ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ

IMG_0073-2

ເນື່ອງໃນໂອກາດ ວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນ, 13 ຕຸລາ 2019
ໃນຄໍາຂວັນ “ຂ້າມຜ່ານການຟື້ນຟູຫຼັງໄພພິບັດສູ່ຄວາມເຂັ້ມແຂງ”

ບັນດາທ່ານເພື່ອນມິດສະຫາຍ, ປະຊາຊົນບັນດາເຜົ່າທຸກທົ່ວໜ້າ,

ດັ່ງທີ່ພວກເຮົາຊາບນໍາກັນແລ້ວວ່າ ໃນຫລາຍປີຜ່ານມາຈົນຮອດປັດຈຸບັນ, ບັນຫາໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ, ຄື້ນຊຸນາມິ, ລົມພະຍຸພັດ, ອື່ນໆ ໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ຕໍ່ພາກພຶື້ນ ແລະ ສາກົນ ເພາະບັນຫາໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈໍາ ແລະ ເພີ່ມຄວາມຮຸນແຮງຂື້ນເລື້ອຍໆ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ເສດຖະກິດ ແລະ ການດໍາລົງຊີວິດຂອງຄົນໃນສັງຄົມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ພ້ອມນີ້, ບັນຫາໄພພິບັດ ຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລະບົບນິເວດວິທະຍາ ແລະ ທໍາມະຊາດ-ສິ່ງແວດລ້ອມ; ທັງເປັນອຸປະສັກ, ສິ່ງກີດຂວາງຖ່ວງດຶງຄວາມກ້າວໜ້າໃນການພັດທະນາ ຂອງ ບັນດາປະເທດໃນໂລກ ແລະ ແນວໂນ້ມບັນຫາດັ່ງກ່າວ ຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ແລະ ເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກໃນຊຸມປີຕໍ່ໜ້າ.ບັນຫາຜົນກະທົບຂອງໄພພິບັດດັ່ງກ່າວ ຍັງໄດ້ສົ່ງຜົນເຮັດໃຫ້ກຸ່ມຜູ້ດ້ອຍໂອກາດໃນສັງຄົມ ເປັນຕົ້ນ ແມ່ຍິງ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ຜູ້ພິການ ຢູ່ໃນຄອບຄົວທີ່ທຸກຍາກ ຍິ່ງເພີ່ມຄວາມຫຍຸ້ງຍາກ ລໍາບາກໃຫ້ແກ່ເຂົາເຈົ້າ.

ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ, ປະຊາຄົມໂລກ ເວົ້າລວມ, ເວົ້າສະເພາະ ປະຊາຄົມອາຊຽນ, ເຫັນໄດ້ເຖີງຄວາມອັນຕະລາຍ ແລະ ຜົນກະທົບ ຂອງໄພພິບັດ ທັງຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂຶ້ນມາ ຈຶ່ງໄດ້ນຳເອົາບັນຫາການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄຸ້ມຄອງໄພພິບັດ ເປັນບັນຫາສຳຄັນ ແລະ ເປັນບຸລິມະສິດຫຼັກ ໃນເວທີລະດັບໂລກ ແລະ ລະດັບພາກພື້ນ ເພື່ອຮ່ວມກັນຊອກຫາທຸກຊ່ອງທາງ ໃນການປ້ອງກັນ ແລະ ແກ້ໄຂຢ່າງຈິງຈັງ ແລະ ເປັນລະບົບ. ການຮັບຮອງເອົາບັນດານິຕິກຳ ກ່ຽວກັບ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ຂອງ ບັນດາຜູ້ນຳໂລກ ເຊັ່ນ: ສັນຍາປາຣີ ວ່າດ້ວຍການປ່ຽນແປງທາງດິນຟ້າອາກາດ, ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາດ ຄັ້ງທີ 70 ທີ່ ນິວຢອກ ແລະ ການຮັບຮອງເອົາ ຂອບແຜນງານເຊັນໄດ ວ່າດ້ວຍ ການຫຼຸດຜ່ອນຄວາມສ່ຽງໄພພິບັດ ໃນກອງປະຊຸມໂລກ ວ່າດ້ວຍການຫຼຸດຜ່ອນຄວາມສ່ຽງໄພພິບັດ ຄັ້ງທີ 3 ໃນປີ 2015 ທີ່ ປະເທດຍີ່ປຸ່ນ, ເຊິ່ງຂອບແຜນວຽກດັ່ງກ່າວ ໄດ້ເປັນທິດທາງ ແລະ ບ່ອນອີງອັນສຳຄັນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດຮ່ວມກັນ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ ໄປຄຽງຄູ່ກັບຍຸດທະສາດການພັດທະນາແບບຍືນຍົງ (SDG) ຈົນຮອດປີ 2030.

ໃນຂອບການຮ່ວມມືໃນວຽກງານຄຸ້ມຄງໄພພິບັດຂອງອາຊຽນ ກໍ່ໄດ້ມີຫຼາຍນິຕິກໍາ ທີ່ເປັນບ່ອນອີ່ງໃນການຮ່ວມມື ແລະ ດຳເນີນວຽກງານຄຸ້ມຄອງໄພພິບັດ ເຊັ່ນ: ສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ (AADMER) ຊຶ່ງເອກະສານສັນຍາດັ່ງກ່າວ ແມ່ນໄດ້ເຊັນຮັບຮອງເອົາຢູ່ ສປປ ລາວ ໃນປີ 2005,ມີຍຸດທະສາດ ແລະ ວິໃສທັດດ້ານການຄຸ້ມຄອງໄພພິບັດຮອດປີ 2025, ມີແຜນປະຕິບັດງານສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ 2016-2020 ແລະ ຖະແຫຼງການອາຊຽນ ວ່າດ້ວຍ ການຮ່ວມມືກັນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ, ເຊິ່ງຖືກຮັບຮອງເອົາໂດຍ ບັນດາຜູ້ນຳອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ທີ່ ສປປ ລາວ; ພ້ອມນີ້, ກໍ່ມີສູນປະສານງານອາຊຽນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳ (AHA Center) ເຮັດໜ້າທີ່ບົດບາດ ເປັນສູນກາງຊ່ວຍເຫຼືອດ້ານການຮ່ວມມື ແລະ ປະສານງານຂອງບັນດາປະເທດສະມາຊິກອາຊຽນໃນການກຽມພ້ອມ ແລະ ຊ່ວຍເຫຼືອຕອບໂຕ້ສຸກເສີນ ລວມທັງການປະສານງານຮ່ວມກັບຝ່າຍຕ່າງໆ ເປັນຕົ້ນ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນ ໃນການສົ່ງເສີມການຮ່ວມມືໃນລະດັບພາກພື້ນ ກ່ຽວກັບການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການຄຸ້ມຄອງໄພພິບັດ. ພ້ອມນີ້, ອາຊຽນຍັງໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດອາຊຽນບວກສາມ ແລະ ປະເທດຄູ່ເຈລະຈາ ທາງດ້ານບົດຮຽນ, ປະສົບການ, ເຕັກນິກວິຊາການ, ວັດຖຸ-ອຸປະກອນຕ່າງໆ ແລະ ທຶນຮອນເຂົ້າໃນວຽກງານດັ່ງກ່າວ, ເຊິ່ງເຫັນໄດ້ວ່າ ມີຄວາມຄືບໜ້າ ແລະ ເປັນຮູບປະທໍາຫຼາຍຂຶ້ນ.

ສະເພາະຢູ່ ສປປ ລາວ ຂອງ ພວກເຮົາ ກໍ່ຄື ບັນດາປະເທດໃນຂົງເຂດ ອາຊີ-ປາຊີຟິກ ກໍ່ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ ຈາກໄພພິບັດທໍາມະຊາດທີ່ສາເຫດມາຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ແມ່ນ ໄພນໍ້າຖ້ວມ, ດິນເຈື່ອນ, ແຫ້ງແລ້ງ, ລົມພະຍຸພັດ, ສັດຕູພືດ, ອື່ນໆ. ໄພພິບັດດັ່ງກ່າວ ນັບແຕ່ປີ 2000 ເປັນຕົ້ນມາ ກໍ່ໄດ້ເກີດຂື້ນທຸກໆປີ ແລະ ມີຄວາມຮຸນແຮງເພີ່ມຂື້ນ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງປະເທດ, ເປັນຕົ້ນ - ແມ່ນເຫດການໄພພິບັດນໍ້າຖ້ວມເກີດຂື້ນໃນປີ 2018 ທີ່ຜ່ານມາ ຖືວ່າເປັນຄັ້ງປະຫວັດສາດ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງແລະ ໜັກໜ່ວງຈາກໄພນໍ້າຖ້ວມ ທັງສາເຫດມາຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂື້ນ, ເຮັດໃຫ້ປະຊາຊົນຕ້ອງສຍຊີວິດເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 3 ພັນຕື້ກີບ, ລັດຖະບານຕ້ອງໄດ້ນໍາໃຊ້ງົບປະມານຫຼວງຫຼາຍເຂົ້າໃນການແກ້ໄຂ ທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ. ຕົກມາໃນປີ 2019 ນີ້, ໃນຊ່ວງໄລຍະທີ່ປະເທດຂອງພວກເຮົາກໍາລັງສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄື ໄລຍະການເລັ່ງປະຕິບັດຟື້ນຟູຄືນຫຼັງໄພນໍ້າຖ້ວມປີ 2018, ໃນຊ່ວງໄລຍະເດືອນ ກໍລະກົດ ຫາ ຕົ້ນເດືອນກັນຍາ ປີ 2019 ທີ່ຜ່ານມາວ່າງມໍ່ໆນີ້ ກໍ່ໄດ້ເກີດເຫດການໄພນໍ້າຖ້ວມ ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຂາດທີ່ຢູ່ອາໃສ ແລະ ຕ້ອງໄດ້ຍົກຍ້າຍໄປບ່ອນທີ່ປອດໄພຊົ່ວຄາວ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການຜະລິດກະສິກໍາ, ໂຄງລ່າງດ້ານເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງນໍ້າກິນ ນໍ້າໃຊ້, ລະບົນສຸຂະອານາໄມ, ໄຟຟ້າ, ນໍ້າປະປາ, ອື່ນໆ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 1.300 ຕື້ກີບ. ນອກຈາກນີ້, ສປປ ລາວ ກໍ່ແມ່ນປະເທດໜຶ່ງທີ່ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ເປັນປະເທດທີ່ຖືກຂຸຄາມຈາກໄພພິບັດ ທໍາມະຊາດທີ່ສາເຫດມາຈາກການປ່ຽນແປງຂອງດິນຟ້າອາກາດ ທີ່ເກີດຂື້ນຊໍ້າແລ້ວຊໍ້າອີກ ເຮັດໃຫ້ການພັດທະນາຂອງປະເທດຊາດພົບກັບຄວາມຫຍຸ້ງຍາກເພີ່ມຂື້ນ.

ດັ່ງບັນຫາໄພພິບັດ ທີ່ໄດ້ກ່າວມາຂ້າງເທີິງ, ລັດຖະບານ ສປປ ລາວ ໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນ ຕໍ່ວຽກງານຄຸ້ມຄອງໄພພິບັດ, ໂດຍສະເພາະ ໄດ້ຈັດຕັ້ງຜັນຂະຫຍາຍຍຸດທະສາດຫຼຸດຜ່ອນໄພພິບັດສາກົນ ແລະ ອາຊຽນ ເຂົ້າສູ່ການປະຕິບັດຕົວຈິງຢູ່ພາຍໃນປະເທດ ເປັນຕົ້ນ: ໄດ້ເຊື່ອມເອົາວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ເຂົ້າໃນແຜນງານ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມ ທັງຢູ່ລະດັບຊາດ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ຍົກລະດັບຂີດຄວາມສາມາດໃຫ້ແກ່ກົນໄກການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະ ຢູ່ຊຸມຊົນຂັ້ນບ້ານ, ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ແລະ ສ້າງຈິດສໍານຶກຊຸມຊົນ ທົ່ວສັງຄົມ ໄດ້ຮັບຮູ້ເຖີງຄວາມສ່ຽງໄພພິບັດ ແລະ ປະກອບສ່ວນເຂົ້າໃນການກຽມພ້ອມຮັບມືກັບໄພພິບັດ; ປະຕິບັດມາດຕະການປ້ອງກັນໄພພິບັດ ໂດຍຖືເອົາຫລັກການກໍ່ສ້າງຄືນໄໝ່ໃຫ້ດີກວ່າເກົ່າ (Build Back Better Principle) ເຂົ້າໃນຂະບວນການຟື້ນຟູ ແລະ ກໍ່ສ້າງຄືນໄໝ່ຫລັງໄພພິບັດ. ພ້ອມນີ້, ກໍ່ຈະສຸມໃສ່ປະຕິບັດຄວາມພະຍາຍາມໃນການປ້ອງກັນ ແລະ ປົກປັກຮັກສາສິ່ງແວດລ້ອມທໍາມະຊາດ ໂດຍສະເພາະ ສຸມໃສ່ໃນການປົກປັກຮັກສາປ່າໄມ້ ແລະ ພື້ນທີ່ສັນປັນນໍ້າ ຊຶ່ງເປັນມາດຕະການທີ່ມີປະສິດທິຜົນ ເພື່ອຫຼຸດຜ່ອນໄພພິບັດຈາກທໍາມະຊາດ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ພ້ອມນີ້, ເຫັນໄດ້ບັນຫາຜົນກະທົບຂອງໄພພິບັດ ແລະ ຄວາມສໍາຄັນໃນການກຽມພ້ອມ ແລະ ຫຼຸດຜ່ອນຜົນກະທົບຈາກໄພພິບັດ, ລັດຖະບານ ສປປ ລາວ ໄດ້ສໍາເລັດສ້າງກົດໝາຍ ວ່າດ້ວຍ ການຄຸ້ມຄອງໄພພິບັດ ຊຶ່ງໄດ້ເຊັນຮັບຮອງ ແລະ ປະກາດໃຊ້ ຄັ້ງວັນທີ 5 ສິງຫາ 2019.
ບັນດາທ່ານເພື່ອນມິດສະຫາຍ ທີ່ມີກຽດທັງຫຼາຍ,
ຍ້ອນເຫດຜົນ ບັນຫາຜົນກະທົບຂອງໄພພິບັດ ແລະ ຄວາມສໍາຄັນໃນການກຽມພ້ອມ, ປ້ອງກັນ ແລະ ຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດ ທີ່ໄດ້ກ່າວມາຂ້າງເທິງນັ້ນ, ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ປີ 2004 ໄດ້ຮ່ວມກັນປຶກສາຫາລື ແລະ ເອກະພາບກໍານົດເອົາອາທິດທີສອງ ຄື ວັນທີ 13 ຂອງ ເດືອນ ຕຸລາ ໃນທຸກໆປີ ເປັນວັນຄຸ້ມຄອງໄພພິບັດອາຊຽນ ຊື່ງເປັນວັນດຽວກັນກັບ ວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນ ທີ່ສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາໃນປີ 1989. ນັບແຕ່ປີ 2005 ເປັນຕົ້ນມາ, ສປປ ລາວ ກໍ່ຄືບັນດາປະເທດສະມາຊິກອາຊຽນ ກໍ່ໄດ້ຈັດບັນດາກິດຈະກໍາເພື່ອລະນຶກເຖິງວັນດັ່ງກ່າວ ໂດຍມີຈຸດປະສົງເພື່ອໂຄສະ ນາປູກຈິດສໍານຶກ ໃຫ້ແກ່ສັງຄົມ, ການຈັດຕັ້ງ ແລະ ປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມອັນຕະລາຍ, ຄວາມສ່ຽງ ແລະ ຜົນຮ້າຍຂອງໄພພິບັດ ກໍ່ຄື ຜົນກະທົບ ແລະ ຄວາມເສຍຫາຍຈາກໄພພິບັດ ລວມທັງ ຄວາມສໍາຄັນຂອງການກຽມພ້ອມ, ປ້ອງກັນ ແລະ ຫຼຸດຜ່ອນຄວາມສູນເສຍຈາກໄພພິບັດ, ລວມທັງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານດັ່ງກ່າວ.
ສໍາລັບປີ 2019 ນີ້, ອາຊຽນ ໄດ້ກໍານົດເອົາຄໍາຂວັນໃນຫົວຂໍ້ “ຂ້າມຜ່ານການຟື້ນຟູໄພພິບັດສູ່ຄວາມເຂັ້ມແຂງ” - “Bridging Disaster Recovery to Resilience, ໄປຄຽງຄູ່ກັບຄໍາຂວັນຫົວຂໍ້ ຂອງ ວັນຫຼຸດຜ່ອນ ຄວາມສ່ຽງໄພພິບັດສາກົນ ຄື “ສ້າງພື້ນຖານໂຄງລ່າງ ສ້າງໃຫ້ທົນທານ - Resilient infranstrure # Build to last”

ສະນັ້ນ, ເພື່ອຜັນຂະຫຍາຍກົດໝາຍ ວ່າດ້ວຍ ການຄຸ້ມຄອງໄພພິບັດ ໂດຍສະເພາະ ໃນມາດຕາ 68 ຊຶ່ງໄດ້ກໍານົດເອົາວັນທີ 13 ຕຸລາ ຂອງ ທຸກໆປີ ເປັນຄຸ້ມຄອງໄພພິບັດແຫ່ງຊາດ ກໍ່ຄືວັນດຽວກັນກັບວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫຼຸດຜ່ອນຄວາມສ່ຽງໄພພິບັດສາກົນ, ແລະ ຕິດພັນກັບຫົວຂໍ້ຄໍາຂວັນ ຂອງວັນດັ່ງກ່າວ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄື ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂອງ ລັດ ແລະ ຄູ່ຮ່ວມງານສາກົນ ຈະໄດ້ຈັດບັນດາກິດຈະກໍາ ເພື່ອລະນຶກເຖິງວັນດັ່ງກ່າວ ໂດຍມີຈຸດປະສົງ ເພື່ອໂຄສະນາປູກຈິດສໍານຶກໃຫ້ສັງຄົມ ແລະ ຊຸມຊົນ ໄດ້ມີສະຕິ ແລະ ມີສ່ວນຮ່ວມເຂົ້າໃນວຽກງານຄຸ້ມຄອງໄພພິບັດ ເປັນຕົ້ນ ການປ້ອງກັນ, ຄວບຄຸມ ແລະ ຟຶ້ນຟູຄືນຫຼັງໄພພິບັດ. ບັນດາກິດຈະກໍາລວມມີ - ການສໍາພາດຄະນະນໍາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກລາຍການໂທລະພາບ ເຊັ່ນ ລາຍການຄົ້ນຫາມາເລົ່າ, ລົມກັນວັນນີ້; ຕິດປ້າຍຄໍາຂວັນຕາມເສັ້ນທາງ ແລະ ສາຍອອກຈໍເອວຊີດີຢູ່ຈຸດເສັ້ນທາງສໍາຄັນ; ອອກຂ່າວທາງໜັງສືພິມ; ພີມເສື້ອໂຄສະນາ, ຈັດກອງປະຊຸມສົນທະນາແລກປ່ຽນບົດຮຽນ ດ້ານວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະຕິດພັນກັບຫົວຂໍ້ຄໍາຂວັນ ແລະ ຈັດວາງສະແດງຮູບພາບ ຢູ່ ໂຮງຮຽນມະຫາວິທະຍາໄລແຫ່ງຊາດ.

ໃນໂອກາດ ອັນມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ລັດຖະບານ ກໍ່ຄື ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ຂໍສະແດງຄວາມຂອບອົກຂອບໃຈຢ່າງສູງ ຕໍ່ການປະກອບສ່ວນຊ່ວຍເຫຼືອ ຂອງທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະ ປະກອບສ່ວນຊ່ວຍເຫຼືອບັນເທົາທຸກສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ. ພ້ອມດຽວກັນນີ້, ກໍ່ຂໍຮຽກຮ້ອງມາຍັງ ປະຊາຊົນລາວ ທຸກຊັ້ນຄົນ, ທຸກເພດ, ທຸກໄວ ລວມທັງ ຊາວຕ່າງດ້າວ ທີ່ອາໄສຢູ່ໃນດິນແດນຂອງ ສປປ ລາວ, ອົງການຈັດຕັ້ງລັດທຸກຂັ້ນ, ໂດຍສະເພາະ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດໃນທຸກຂັ້ນ ສູນກາງ, ແຂວງ, ເມືອງ ແລະ ບ້ານ ຈົ່ງພ້ອມກັນປະຕິບັດ ຄຳຂວັນ ຂອງວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫລຸດຜ່ອນໄພພິບັດສາກົນ ກໍ່ຄື ວັນຄຸ້ມຄອງໄພພິບັດແຫ່ງຊາດໃນປີນີ້ ຢ່າງເປັນຂະບວນການ ແລະ ມີຄວາມຕື່ນຕົວສູງ, ພ້ອມກັນສ້າງສັງຄົມລາວໃຫ້ກາຍເປັນສັງຄົມທີ່ມີຄວາມປອດໄພ, ເຂັ້ມແຂງ, ກຽມພ້ອມ ຕອບໂຕ້ ແລະ ສາມາດຟື້ນຕົວໄວ ຈາກຜົນກະທົບດ້ານໄພພິບັດ.

                                                                                ຂອບໃຈ.

ຂ່າວສານອື່ນໆ