05-12-2019, 15:05 37
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ຮສສ ເປີດກອງປະຊຸມໃຫ່ຍຄັ້ງທີ VI ສະຫະພັນແມ່ຍິງ ກະຊວງ.
23-09-2019, 13:00 368
ຮສສ ເປີດກອງປະຊຸມໃຫ່ຍຄັ້ງທີ VI ສະຫະພັນແມ່ຍິງ ກະຊວງ.
ໃນວັນທີ 19 ກັນຍາ 2019, ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຮສສ ຄັ້ງທີ VI, ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນາງອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສູນກາງສະຫະພັນແມ່ຍິງລາວ, ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ເລຂາຄະນະພັກກະຊວງ ຮສສ, ມີຮອງເລຂາຄະນະພັກ, ມີທ່ານນາງ ແກ້ວ ຈັນທະວິໄຊ ປະທານສະຫະ ພັນແມ່ຍິງກະຊວງ, ພ້ອມນັ້ນ ຍັງມີປະທານສະຫະພັນກຳມະບານ, ເລຂາຊາວໜຸ່ມ ກະຊວງ , ສະມາຊິກສະຫະພັນແມ່ຍິງກະຊວງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານນາງ ແກ້ວ ຈັນທະວິໄຊ ປະທານສະຫະພັນແມ່ຍິງ ກະຊວງ ຮສສ ລາຍງານໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຮສສ ຄັ້ງທີ VI ນີ້ ແມ່ນສຸດທີ່ມີຄວາມໝາຍສຳລັບຊີວິດການເມືອງຂອງ ຄະນະບໍລິຫານງານສະ ຫະພັນແມ່ຍິງ ກະຊວງ, ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະຫະພັນແມ່ຍິງທົ່ວກະຊວງ, ທັງເປັນຂີດໝາຍແຫ່ງການສືບຕໍ່ປັບປຸງ, ກໍ່ສ້າງອົງການຈັດຕັ້ງສະຫະພັນແມ່ຍິງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ດັ່ງນັ້ນ ໃນວາລະກອງປະຊຸມໃຫຍ່ຄັ້ງນີ້ ບັນດາທ່ານຜູ້ແທນສົມບູນຈະພ້ອມກັນຮັບຟັງ ແລະຮັບຮອງເອົາການສະຫຼຸບຕີລາຄາການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຮສສ ຄັ້ງທີ V ໃນ 5 ປີຜ່ານມາ (2016-2020) ພ້ອມນັ້ນ ຜູ້ແທນກອງປະຊຸມ ຍັງຈະໄດ້ຄົ້ນຄວ້າປະກອບຄຳເຫັນ ແລະຮັບຮອງເອົາແຜນພັດທະນາແມ່ຍິງໄລຍະ 5 ປີ (2021-2025) ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກລັດ ກໍ່ຄື ຄະນະພັກຄະນະນຳ ກະຊວງ ໃນໄລຍະຊຸມປີຕໍ່ໜ້າ, ຜູ້ແທນກອງປະຊຸມຍັງຈະໄດ້ຮັບຮອງເອົາ ບົດສຳຫຼວດການນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ສະໄໝທີ V, ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ ກະຊວງ ໃນໄລຍະ 5 ປີຜ່ານມາ, ພ້ອມນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄວາມຄິດເຫັນຂອງ ຕາງໜ້າສະຫະພັນແມ່ຍິງໜ່ວຍກົມສັັງຄົມສົງເຄາະ, ກ່ຽວກັບການປະກອບສ່ວນຂອງເອື້ອຍນ້ອງແມ່ຍິງ ໃນວຽກງານຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ແລະຕາງໜ້າສະຫະພັນແມ່ຍິງໜ່ວຍ ກົມຄຸ້ມຄອງແຮງງານ ກ່ຽວກັບ ການປະກອບສ່ວນວຽກງານ ການແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ແລະບະບຽບການ ຂອງ ສປປລາວ, ຊຶ່ງໃນກອງປະຊຸມຍັງມີການປ່ອນບັດ ເລືອກຕັ້ງເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຮສສ ຊຸດທີ VI,ໂດຍມີຜູ້ເຂົ້າສະໝັກ 15 ສະຫາຍ ແລະ ເລືອກເອົາ 11 ສະຫາຍ , ເພື່ອສືບຕໍ່ເປັນຫຼັກແຫຼ່ງຊີ້ນຳ, ນຳພາ ໃນການຈັດຕັ້ງປະຕິບັດໜ້າທີ່ ທີ່ໄດ້ວາງອອກໃນມະຕິກອງປະຊຸມດັ່ງກ່າວ, ໃຫ້ມີຜົນສຳເລັດ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະພາບປ່ອນບັດເອົາ ສະຫາຍ ນ. ມອນທອງ ອິນທະວົງ ເປັນປະທານ, ສະຫາຍ ນ. ໄກສອນ ອວນຄຳປັນຍາ ເປັນ ຮອງປະທານ ແລະ ທັງເປັນປະທານກວດກາ ແລະ ສະຫາຍ ນ.ວຽງສະຫວັນ ອົມດາລາ ເປັນຮອງປະທານສະຫະພັນແມ່ຍີງກະຊວງ ຮສສ.
ພາຍຫຼັງຮັບຟັງການລາຍງານ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍໃຫ້ກຽດໂອລົມ ວ່າ: ຕະຫຼອດໄລຍະທີ່ຜ່ານມາ ເຖິງແມ່ນວ່າການເຄື່ອນໄຫວຂອງສະຫະພັນແມ່ຍິງກະຊວງ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ-ລັດ, ລວມທັງໜ້າທີ່ການເມືອງທີ່ສູນກາງສະຫະພັນແມ່ຍິງລາວ ມອບໝາຍໃຫ້ ກໍ່ຄື ການເຂົ້າຮ່ວມໃນການປະຕິບັດແຜນພັດທະນາ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃຫ້ບັນລຸຜົນສໍາເລັດ ຕາມລະດັບຄາດໝາຍ, ຄະນະສະຫະພັນແມ່ຍິງທຸກຂັ້ນ ແລະສະມາຊິກແມ່ຍິງໃນຂົງເຂດວຽກງານ ຮສສ ຍັງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງຈໍານວນໜຶ່ງ ເປັນຕົ້ນແມ່ນ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ ຊີ້ນໍາ-ນໍາພາສະຫະພັນແມ່ຍິງທຸກຂັ້ນໃນການສຶກສາອົບຮົມ
ການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານລັດຖະກອນເພດຍິງໄດ້ຮັບຮູ້ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມູນເຊື້ອຂອງພັກ ຂອງຊາດ, ມູນເຊື້ອຂອງສະຫະພັນແມ່ຍິງເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອົດທົນ, ມີຄວາມດຸໝັ່ນ, ມີຄວາມຊື່ສັດບໍລິສຸດຜຸດຜ່ອງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມບໍລິສຸດຜຸດຜ່ອງຕໍ່ສາຍພົວພັນຄອບຄົວ, ມີຄວາມຮັບຜິດຊອບສູງ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດຕາມພາ ລະບົດບາດ, ໜ້າທີ່ການເມືອງທີ່ຄະນະພັກ, ຄະນະນໍາກະຊວງ ມອບໝາຍໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ;
ສືບຕໍ່ເປັນເຈົ້າການໃນການປັບປຸງການຈັດຕັ້ງສະຫະພັນແມ່ຍິງໃຫ້ນັບມື້ນັບເຂັ້ມແຂງ; ຕ້ອງຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດແໜ້ນກັບຂະບວນເຄື່ອນໄຫວວຽກງານດ້ານວິຊາສະເພາະຂອງບັນດາສະຫາຍ ແລະຕິດພັນກັບໜ້າທີ່ການເມືອງທີ່ຄະນະພັກ, ຄະນະນຳກະຊວງມອບໜາຍໃຫ້; ຄະນະ ແລະສະມາຊິກແມ່ຍິງ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຄວາມສາ ມັກຄີຮັກແພງບົນຄວາມຈິງໃຈຊ່ວຍເຫຼືອເຊິ່ງກັນ ແລະກັນ, ຮ່ຳຮຽນເອົາບົດຮຽນທີ່ດີຂອງພະນັກງານຮຸ່ນກ່ອນ, ຫຼີກ ເວັ້ນການຈຳກັດຮັດແຄບ, ເອົາລັດເອົາປຽບກັນ, ຫັນມາສະໜັບສະໜູນ, ສົ່ງເສີມ, ຍ້ອງຍໍພະນັກງານລັດຖະກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານດີເດັ່ນ; ຕ້ອງເພີ່ມທະວີວຽກງານຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງກະຊວງໃຫ້ແທດເຖິງໂດຍການສ້າງຄວາມເຂັ້ມແຂງ; ແລະເພື່ອຍົກສູງບົດບາດຂອງເອື້ອຍນ້ອງແມ່ຍິງໃຫ້ມີສ່ວນຮ່ວມໃນການນໍາພາ, ຄຸ້ມຄອງ ແລະຕັດສິນບັນຫາ ຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນຳທຸກຂັ້ນ ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງແມ່ຍິງທຸກຂັ້ນໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ແລະຊ່ວຍເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນຂອງເອື້ອຍນ້ອງແມ່ຍິງ ທັງເອື້ອອຳນວຍຄວາມສະດວກໃຫ້ແມ່ຍິງໄດ້ພັດທະນາຕົນເອງຮອບດ້ານ ໂດຍສະເພາະການສ້າງເງື່ອນໄຂໃຫ້ໄດ້ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ສ້າງຄວາມສາມາດທາງດ້ານວິຊາສະເພາະໃຫ້ສູງຂຶ້ນ./
( ພາບ-ຂ່າວສານ ຮສສ: ນ. ເພັດສະໄໝ)
ຂ່າວສານອື່ນໆ
- ລັດຖະບານ ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂບັນຫາຄ່າຄອງຊີບແພງ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ (04-07-2019, 09:48)
- ລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ (05-07-2019, 08:42)
- ທ່ານລັດຖະມົນຕີ ຮສສ ເນັ້ນໜັກໃຫ້ບັນດາ ຮສສ 4 ແຂວງພາກເໜືອ ເອົາໃຈໃສ່ 7 ໜ້າວຽກ (15-07-2019, 13:59)
- ຮວ່ມກັນ ສ້າງຄູ່ມືຕາໜ່າງປົກປ້ອງເດັກຂັ້ນບ້ານ ໂຄສະນາຜ່ານໂທລະໂຄ່ງບ້ານ. (30-07-2019, 14:59)
- ອົງຄະນະພັກກະຊວງ ຮສສ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ V. (31-07-2019, 17:11)
- ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ (ສພນວ )ມີນະໂຍບາຍຮັບຜູ້ເຂົ້າຮຽນ ຫຼື ເຂົ້າຝຶກ ໂດຍບໍ່ໄດ້ທົດສອບ ຫຼື ສອບເສັງເຂົ້າ ໃນໄລຍະສັ້ນ (01-08-2019, 08:33)
- ສະມາຄົມສິລະປະ ແລະ ວັດທະນະທຳ ແຊຣິງ ສ.ເກົາຫຼີ ໄດ້ນຳເອົາເຄື່ອງມາມອບໃຫ້ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ(ຮສສ) ໃນ ວັນທີ31 ກໍລະກົດ 2019ນີ້ (02-08-2019, 12:26)
- ເຈົ້າແຂວງຫລວງພະບາງ ລົງຢ້ຽມຢາມປະຊາຊົນ 8 ບ້ານຖືກໄພພິບັດ ຢູ່ເມືອງນານ (05-08-2019, 14:52)
- ສສຂ ເຂດ 15 ແຂວງຈຳປາສັກ ສືບຕໍ່ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII (12-08-2019, 21:46)
- ລັດຖະບານ ມອບເຂົ້າ-ເຄື່ອງຊ່ວຍເຫລືອຜູ້ປະສົບໄພພິບັດ 4 ແຂວງພາກໃຕ້ . (12-08-2019, 22:12)
- ກະຊວງ ຮສສ ຮວ່ມມືກັບສາກົນ ຟື້ນຟູຫຼັງໄພພິບັດ. (12-08-2019, 22:38)
- ສ້າງຄວາມເຂັ້ມແຂງ ວຽກງານບໍລິຫານຫ້ອງການ ຂະແໜງ ຮສສ ປະຈຳປີ 2019 ໃຫ້ ພະນັກງານ-ລັດຖະກອນ 3 ແຂວງພາກເໜືອ. (19-08-2019, 11:54)
- ລັດຖະບານ ມອບເຂົ້າ-ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພພິບັດ 3 ແຂວງພາກເໜືອ (19-08-2019, 12:20)
- ວັນມະນຸດສະທຳໂລກ: ຂະແໜງໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຮັບມືກັບໄພພິບັດສຸກເສີນ ໃນ ສ ປປ ລາວ. (20-08-2019, 16:35)
- ໜວ່ຍພັກຫ້ອງການກະຊວງ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາ ຊິກພັກສົມບູນ 3 ສະຫາຍ. (27-08-2019, 11:47)