05-12-2019, 15:05 37
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
ລັດຖະບານ ມອບເຂົ້າ-ເຄື່ອງຊ່ວຍເຫລືອ ຜູ້ປະສົບໄພພິບັດ 3 ແຂວງພາກເໜືອ
19-08-2019, 12:20 243
ລັດຖະບານ ມອບເຂົ້າ-ເຄື່ອງຊ່ວຍເຫລືອຜູ້ປະສົບໄພພິບັດ 3 ແຂວງພາກເໜືອ.
ໃນ ປີ 2019 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການອະນຸມັດຈາກ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດໂຄງການຄັງແຮເຂົ້າຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2018 ໃນຂອບເຂດທົ່ວປະເທດ ພາຍໃຕ້ກອງທຶນເພື່ອຮ່ວມງານ KR1, ສະນັ້ນ, ໃນໂອກາດລົງເຄື່ນໄຫວວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຢູ່ບັນດາແຂວງພາກເໜືອ ໃນລະຫວ່າງວັນທີ 11 - 14 ສີງຫາ 2019ນີ້, ທີ່ພະແນກແຮງງານ ແລະສະຫວັດດີການແຂວງ , ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ຕາງໜ້າລັດຖະບານ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດ ຢູ ່ແຂວງຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ລວມມູນຄ່າ 2 ຕື້ ກວ່າກີບ, ເຊິ່ງຕາງໜ້າຮັບໂດຍ ທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງທັງ 3 ແຂວງດັ່ງກ່າວ ພ້ອມຄະນະ ພະແນກແຮງງານ ຮສສ ແຂວງ ກ່າວຮັບ ພ້ອມທັງລາຍງານສະພາບການໂດຍຫຍໍ້.
ເຄື່ອງຊ່ວຍເຫລືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ມອບໃຫ້ປະຊາຊົນແຂວງຫົວພັນ ເຂົ້າສານໜ່ຽວ ຈາກກອງທຶນເພື່ອນຮ່ວມງານ KR1 ຈຳນວນ 97.860 ກິໂລ ລວມມູນຄ່າ 787 ລ້ານກວ່າກີບ ; ເຄື່ອງນຸ່ງຫົມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງີນກອງທືນນຳມັນ ຈຳນວນ 50 ລ້ານກີບ. ແຂວງ ຊຽງຂວາງ ເຂົ້າສານໜ່ຽວ 85.512 ກິໂລ ມູນຄ່າ 688 ລ້ານກວ່າກີບ , ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 72 ລ້ານກວ່າກີບ, ເຄື່ອງນຸ່ງຫົມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງີນກອງທືນນຳມັນ ຈຳນວນ 50 ລ້ານກີບ ແລະ ແຂວງໄຊສົມບູນ ເຂົ້າສານໜ່ຽວ 10.572 ກິໂລ ມູນຄ່າ 85 ລ້ານກວ່າກີບ ແລະ ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄາ 150 ລ້ານກີບ .
(ຂ່າວ-ພາບ ຮຮສ: ນ. ເພັດສະໄໝ )
ຂ່າວສານອື່ນໆ
- ລັດຖະບານ ເນັ້ນໃຫ້ກະຊວງທີ່ກ່ຽວຂ້ອງເລັ່ງແກ້ໄຂບັນຫາຄ່າຄອງຊີບແພງ ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ (04-07-2019, 09:48)
- ລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ (05-07-2019, 08:42)
- ທ່ານລັດຖະມົນຕີ ຮສສ ເນັ້ນໜັກໃຫ້ບັນດາ ຮສສ 4 ແຂວງພາກເໜືອ ເອົາໃຈໃສ່ 7 ໜ້າວຽກ (15-07-2019, 13:59)
- ຮວ່ມກັນ ສ້າງຄູ່ມືຕາໜ່າງປົກປ້ອງເດັກຂັ້ນບ້ານ ໂຄສະນາຜ່ານໂທລະໂຄ່ງບ້ານ. (30-07-2019, 14:59)
- ອົງຄະນະພັກກະຊວງ ຮສສ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ V. (31-07-2019, 17:11)
- ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ (ສພນວ )ມີນະໂຍບາຍຮັບຜູ້ເຂົ້າຮຽນ ຫຼື ເຂົ້າຝຶກ ໂດຍບໍ່ໄດ້ທົດສອບ ຫຼື ສອບເສັງເຂົ້າ ໃນໄລຍະສັ້ນ (01-08-2019, 08:33)
- ສະມາຄົມສິລະປະ ແລະ ວັດທະນະທຳ ແຊຣິງ ສ.ເກົາຫຼີ ໄດ້ນຳເອົາເຄື່ອງມາມອບໃຫ້ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ(ຮສສ) ໃນ ວັນທີ31 ກໍລະກົດ 2019ນີ້ (02-08-2019, 12:26)
- ເຈົ້າແຂວງຫລວງພະບາງ ລົງຢ້ຽມຢາມປະຊາຊົນ 8 ບ້ານຖືກໄພພິບັດ ຢູ່ເມືອງນານ (05-08-2019, 14:52)
- ສສຂ ເຂດ 15 ແຂວງຈຳປາສັກ ສືບຕໍ່ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII (12-08-2019, 21:46)
- ລັດຖະບານ ມອບເຂົ້າ-ເຄື່ອງຊ່ວຍເຫລືອຜູ້ປະສົບໄພພິບັດ 4 ແຂວງພາກໃຕ້ . (12-08-2019, 22:12)
- ກະຊວງ ຮສສ ຮວ່ມມືກັບສາກົນ ຟື້ນຟູຫຼັງໄພພິບັດ. (12-08-2019, 22:38)
- ສ້າງຄວາມເຂັ້ມແຂງ ວຽກງານບໍລິຫານຫ້ອງການ ຂະແໜງ ຮສສ ປະຈຳປີ 2019 ໃຫ້ ພະນັກງານ-ລັດຖະກອນ 3 ແຂວງພາກເໜືອ. (19-08-2019, 11:54)
- ວັນມະນຸດສະທຳໂລກ: ຂະແໜງໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຮັບມືກັບໄພພິບັດສຸກເສີນ ໃນ ສ ປປ ລາວ. (20-08-2019, 16:35)
- ໜວ່ຍພັກຫ້ອງການກະຊວງ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາ ຊິກພັກສົມບູນ 3 ສະຫາຍ. (27-08-2019, 11:47)
- ລັດ ຮວ່ມມື ກັບເອກະຊົນ ຍົກລະດັບສີມືແຮງງານ ລາວໃຫ້ມີຄຸນນະພາບ. (27-08-2019, 11:54)