ວັນທີ 18 ທັນວາ 2024ທີ່ກະຊວງຮສສ, ຫ້ອງການກະຊວງຮສສ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງພະແນກ ຄົ້ນຄວ້າສັງລວມ ແລະ ເລຂານຸການ ຈຳນວ 2 ທາ່ນ ແລະ ແຕ່ງຕັ້ງເລຂາປະຈຳຮອງ ລມຕ 1 ທ່ານ
2025-01-06 09:08:20 20
2024-09-11 09:52:40 213
ເບີໂທລະສັບ: +85621 2130 03/2227 77, ອີເມວ: suthanu1974@gmail.com
30-12-2024, 10:44 39
ຫ້ອງການກະຊວງຮສສ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງພະແນກ ຄົ້ນຄວ້າສັງລວມ ແລະ ເລຂານຸການ ຈຳນວ 2 ທາ່ນ ແລະ ແຕ່ງຕັ້ງເລຂາປະຈຳຮອງ ລມຕ 1 ທ່ານວັນທີ 18 ທັນວາ 2024ທີ່ກະຊວງຮສສ, ຫ້ອງການກະຊວງຮສສ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງພະແນກ ຄົ້ນຄວ້າສັງລວມ ແລະ ເລຂານຸການ ຈຳນວ 2 ທາ່ນ ແລະ ແຕ່ງຕັ້ງເລຂາປະຈຳຮອງ ລມຕ 1 ທ່ານ
30-12-2024, 10:45 39
ລັດຖະມົນຕີກະຊວງ ຮສສ ຕ້ອນຮັບທູດ ສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວ ພ້ອມຄະນະ; ໃນວັນທີ 24 ທັນວາ 2024ນີ້ທີ່ກະຊວງດັ່ງກ່າວ
30-12-2024, 10:39 37
ກົມການຈັດຫາງານ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດວຽກງານ ຂອງຈຸດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດກົມການຈັດຫາງານ ໄດ້ຈັດກອງປະຊຸມ ປະເມີນການຈັດຕັ້ງປະຕິບັດວຽກງານ ຂອງຈຸດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດ ໃນລະຫວ່າງ ວັນທີ 24-25 ທັນວາ 2024, ທີ່ ໂຮງແຮມ ລາວເທວ ນະຄອນຫຼວງວຽງຈັນ
14-11-2024, 10:57 145
ສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນຄັ້ງທີ 17. .....................ກອງປະຊຸມສຳມະນາກ່ຽວກັບແຮງງານເຄື່ອນຍ້າຍໃນອາຊຽນຄັ້ງທີ 17 (17th AFML) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ພະຈິກ 2024 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານງານ ແລະ ສະຫວັດດີການສັງຄົມ (ຮສສ), ໂດຍມີຜູ້ເຂົ້າຮ່ວມປະກອບມີ: ກະຊວງ ຮສສ, ຕາງໜ້າອົງການຜູ້ອອກແຮງງານ, ຕາງໜ້າອົງການຜູ້ໃຊ້ແຮງງານ ແລະ ອົງການຈັດຕັ້ງທາງສັງຄົມ ຈາກປະເທດສະມາຊິກອາຊຽນ, ປະເທດຕີມໍເລສເຕ ໃນນາມຜູ້ສັງເກດການ, ກອງເລຂາອາຊຽນ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.
14-11-2024, 10:25 81
ມອບ-ຮັບ ເຂົ້າສານ 900 ກວ່າໂຕນ ຕອບໂຕ້ໄພພິບັດຢູ່ລາວ.ພິທີ ມອບ-ຮັບ ເຂົ້າສານ ຈາກລັດຖະບານ ສປ ຈີນ 300 ໂຕນ, ຍີ່ປຸ່ນ 200 ໂຕນ ແລະ ສ ເກົາຫລີ 400 ໂຕນ, ລວມທັງໝົດ 902 ໂຕນ ຜ່ານໂຄງການຄັງແຮເຂົ້າສຸກເສີນອາຊຽນ+3 ເພື່ອຕອບໂຕ້ໄພພິບັດຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 7 ພະຈິກ 2024 ຕາງໜ້າມອບໂດຍ ທ່ານ ຈອງ ຢອງຊູ ເອກອັກຄະຣາຊະທູດ ສ ເກົາຫລີ ປະຈໍາ ລາວ, ທ່ານ ໂຄອີຊຸມິ ຊືໂຕະມູ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ລາວ ແລະ ທ່ານ ລຽງ ຕ້າຈົ່ງ ທີ່ປຶກສາການເມືອງສະຖານທູດ ສປ ຈີນ ປະຈໍາ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.